ໄປສະໜາມບິນຮິໂຣຊິມາງ່າຍໆດ້ວຍລົດເມ Limousine ຢູ່ Saijo Station
ບອກກ່ອນເລີຍວ່າຢູ່ ໄຊໂຈ Saijo Station ບໍ່ມີລົດໄຟໄປຮອດສະໜາມບິນຮິໂຣຊິມາເດີຕ້ອງໄດ້ຕໍ່ລົດເມຢູ່ Shiraishi ຊົ່ວຊິຮອດສະໜາມບິນ, ລາຍລະອຽດອ່ານຕໍ່ຢູ່ໂຟສ ໄປສະໜາມບິນຮິໂຣຊິມາດ້ວຍລົດໄຟ. ກ່ອນອື່ນຖ້າຫາກວ່າຢູ່ແຖວໃນເມືອງໄຊໂຈສະມາດຂື້ນລົດເມຢູ່ສະຖານນີ Saijo Station ໃດ້ເລີຍດ້ວຍ ລາຄາ 660 ເຢນ/ຖ້ຽວ (ຮອງຮັບການຕູດໆ ບັດ IC Card ນຳ) ສ່ວນເດັກນ້ອຍກໍ່ຈ່າຍແຕ່ 330 ເຢນ. ເວລາອອກຂອງລົດເມແມ່ນ ທຸກໆ 1.5 ຊົ່ວໂມງ ເລີ່ມແຕ່ 6:30 ຕອນເຊົ້າໄປຮອດຖ້ຽວສຸດທ້າຍ 20:30 ຕອນຄ່ຳ ໃຊ້ ເວລາໃນການເດີນທາງ 25 ນາທີ ( ຈາກ Saijo Station -> Hiroshima Airport ) ແຕ່ບາງຄັ້ງອາດຊ້າກ່ອນນັ້ນເພາະສະພາບການຈາລາຈອນ ແລະ ສະພາບອາກາດ. ແນະນຳ: ກ່ອນຈະໄປຮອດສະຖານນີ Saijo Station ແມ່ນໄປດ້ວຍ ການຍ່າງ, ລົດຖີບ, ລົດແທັກຊີ (ຖ້າຫາກມີເຄື່ອງຫຼາຍ ຫຼື ດ່ວນ) ແມ່ນໃຫ້ເພື່ອເວລາໄປຮອດສະຖານນີກ່ອນຈັກ 30 ນາທີ ຫຼື 1 ຊົ່ວໂມງ, ກະກຽມເງິນຫຼຽນໃຫ້ຄົບຈະບໍ່ເສຍເວລາຕ່ອນປ່ອນໃນລົດເມ ຫຼື ເຕີ່ມເງິນເຂົ້າບັດ IC Card ໄວ້ຖ້າ, ເມື່ອຮອດສະໜາມບິນກໍ່ລົງຈາກລົດເມ Limousine ແບບໂກ້ໆໃດ້ເລີຍ. Step Guide: 1. ຮອດສະຖານນີ Saijo Station ເບື້ອງ South Entrance ແມ່ນໃຫ້ຂື້ນລິບໃນສະຖານນີ້ເພື່ອຂ້າມໄປອີກຟາກຂອງ...