ໄປສະໜາມບິນຮິໂຣຊິມາງ່າຍໆດ້ວຍລົດເມ Limousine ຢູ່ Saijo Station




ບອກກ່ອນເລີຍວ່າຢູ່ ໄຊໂຈ Saijo Station ບໍ່ມີລົດໄຟໄປຮອດສະໜາມບິນຮິໂຣຊິມາເດີຕ້ອງໄດ້ຕໍ່ລົດເມຢູ່ Shiraishi ຊົ່ວຊິຮອດສະໜາມບິນ, ລາຍລະອຽດອ່ານຕໍ່ຢູ່ໂຟສ ໄປສະໜາມບິນຮິໂຣຊິມາດ້ວຍລົດໄຟ.

ກ່ອນອື່ນຖ້າຫາກວ່າຢູ່ແຖວໃນເມືອງໄຊໂຈສະມາດຂື້ນລົດເມຢູ່ສະຖານນີ Saijo Station ໃດ້ເລີຍດ້ວຍລາຄາ 660 ເຢນ/ຖ້ຽວ (ຮອງຮັບການຕູດໆ ບັດ IC Card ນຳ) ສ່ວນເດັກນ້ອຍກໍ່ຈ່າຍແຕ່ 330 ເຢນ.

ເວລາອອກຂອງລົດເມແມ່ນ ທຸກໆ 1.5 ຊົ່ວໂມງ ເລີ່ມແຕ່ 6:30 ຕອນເຊົ້າໄປຮອດຖ້ຽວສຸດທ້າຍ 20:30 ຕອນຄ່ຳ
ໃຊ້ເວລາໃນການເດີນທາງ 25 ນາທີ ( ຈາກ Saijo Station -> Hiroshima Airport ) ແຕ່ບາງຄັ້ງອາດຊ້າກ່ອນນັ້ນເພາະສະພາບການຈາລາຈອນ ແລະ ສະພາບອາກາດ.

ແນະນຳ: ກ່ອນຈະໄປຮອດສະຖານນີ Saijo Station ແມ່ນໄປດ້ວຍ ການຍ່າງ, ລົດຖີບ, ລົດແທັກຊີ (ຖ້າຫາກມີເຄື່ອງຫຼາຍ ຫຼື ດ່ວນ) ແມ່ນໃຫ້ເພື່ອເວລາໄປຮອດສະຖານນີກ່ອນຈັກ 30 ນາທີ ຫຼື 1 ຊົ່ວໂມງ, 
ກະກຽມເງິນຫຼຽນໃຫ້ຄົບຈະບໍ່ເສຍເວລາຕ່ອນປ່ອນໃນລົດເມ ຫຼື ເຕີ່ມເງິນເຂົ້າບັດ IC Card ໄວ້ຖ້າ, ເມື່ອຮອດສະໜາມບິນກໍ່ລົງຈາກລົດເມ Limousine ແບບໂກ້ໆໃດ້ເລີຍ. 

Step Guide:

1. ຮອດສະຖານນີ Saijo Station ເບື້ອງ South Entrance ແມ່ນໃຫ້ຂື້ນລິບໃນສະຖານນີ້ເພື່ອຂ້າມໄປອີກຟາກຂອງສະຖານນີອີກເບື້ອງ (South exit ) ໃຫ້ສັງເກດປ້າຍ



2. ຕອນອອກຈາກລິບຢູ່ເບື້ອງ South exit ຈະເຫັນປ້າຍບ່ອນຖ້າລົດເມຢູ່ກ້ຳຊ້າຍມື ຕອນນີ້ແມ່ນເຄື່ອງໃຫ້ຂົນໂຫລດກ້ອງລົດດ້ວຍຕົນເອງ


3. ເມື່ອຮອດສະໜາມບິນກໍ່ຂື້ນບັນໄດເລື່ອນ ຫຼື ລິບ ໄປຊັ້ນ 2 Domestic Departures 



4. ຫຼັງຈາກຮອດຊັ້ນ 2 ແມ່ນກໍ່ມຸ່ງໜ້າສູ່ເຄົ້າເຕີສາຍການບິນຂອງຕົນເອງເລີຍ ເຊິ່ງວ່າສາຍການບິນ ANA ແມ່ນສາຍທີ່ເລືອກໄປຕອນນີ້ເນາະ ( ຄັນບໍ່ໝັ້ນໃຈຂໍ້ມູນຫຍັງກໍ່ສາມາດໄປຖາມບ່ອນ Information Center ໃຈກາງໃດ້ເລີຍ) 

5. ຫຍັງຈາກຮຽບຮ້ອຍຈາກການເຊັກກວດ ກະເປົ້າ ເຊັກອິກຮຽບຮ້ອຍເຮົາກໍ່ຈະໃດ້ ປີ້ຍົນ Borderpass ພ້ອມປີ້ກະເປົ໋າທີ່ Check through ໄປຮອດລາວ ( ຖ້າມີຫຼາຍກະເປົ໋າທີ່ເປັນ Carry-on ພະນັກງານໃຈດີເອົາປີ້ ພິເສດໃຫ້ ແຕ່ຕ້ອງໄປເອົາກະເປົ໋າຢູ່ສະໜາມບິນ ຮາເນດະ ສ່ວນກະເປົ໋າໃຫຍ່ແມ່ນໂຫລດຮອດລາວເລີຍ)

ເຄົ້າເຕີ ANA ເພື່ອເອົາ e-ticket ໄປແຈ້ງ check-in
ບ່ອນທາງເຂົ້າ Security Check ກ່ອນຂື້ນຍົນ

ຫຼັງຈາກເຂົ້າໄປແລ້ວກໍ່ກວດເຄື່ອງສະແກນຕ່າງໆ ແລ້ວໆກໍ່ນັ່ງຖ້າສະບາຍໃຈ ເພື່ອລໍຖ້າທີ່ ຊ່ອງ C (ສາຍການບິນ ANA ເບິ່ງຈາກປີ້ຍົນ)  ຕອນນີ້ກະຈົບແລ້ວເດີ ຂື້ນຍົນບາດນິ. ຂອບໃຈທີ່ອ່ານມາຮອດນີ້
ຖ້າຫາກວ່າມີຄຳຖາມຝາກຄອມເມັນ ຫຼື inbox ມາທີ່ເຟຈ Lao Student Association at Hiroshima ໃດ້ເດີ.

ໂຟສໜ້າຈະມາແຊ ການໄປສະໜາມບິນດ້ວຍລົດໄຟຟ້າ ອ່ານຕໍ່ໃດ້ເລີຍ.




ຮຽບຮຽງໂດຍ: Nicolas
Proofread: Phouvieng

ສະຫຼຸບຂໍ້ມູນຈາກ: https://www.hij.airport.jp/

Comments

Popular posts from this blog

📸 ໄປທ່ຽວຍີ່ປຸ່ນ ຖ່າຍຮູບແນວໃດໃຫ້ເປັນ "ມືອາຊີບ" ແລະ ຖືກມາລະຍາດ?

Exploring 8 Sustainable Shops in Higashihiroshima

New Student Life at Hiroshima University: My Experience at HUCISC's Hanami Event